ຈີນ ຊຸກຍູ້ການພັດທະນາສ້າງປະເທດສັງຄົມນິຍົມທັນສະໄໝຮອບດ້ານ
ສຳນັກຂ່າວຊິນຮວາລາຍງານວັນທີ 7 ມີນານີ້ວ່າ: ຈີນຈັດກອງປະຊຸມຖະແຫຼງຂ່າວເປີດເຜີຍກ່ຽວກັບການອອກແຮງຊຸກຍູ້ການພັດທະນາ ເພື່ອກ້າວໄປສູ່
ການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ເມື່ອເດືອນມັງກອນຜ່ານມານີ້, ຈີນໄດ້ນຳໃຊ້ທຶນນະໂຍບາຍການຕ່າງປະເທດຕົວຈິງເພີ່ມຂຶ້ນ
14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການດຶງດູດນັກລົງທຶນຕ່າງປະເທດຂອງຈີນໄດ້ສ້າງຈຸດພິເສດໃໝ່ຄືຍອດປະລິມານການລົງໄດ້ເພີ່ມຂຶ້ນ
ແລະ ໂຄງປະກອບໄດ້ຮັບການປັບປຸງດີຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ຜູ້ລົງທຶນໃນທົ່ວໂລກໄດ້ໃຫ້ຄະແນນຄວາມໄວ້ວາງໃຈໃນການພັດທະ
ນາຂອງຈີນຢ່າງຫຼວງຫຼາຍ. ຈີນເວລາໃດກໍໃຫ້ຄວາມສຳຄັນຕໍ່ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ຍຶດໝັ້ນທ່າທີການຮ່ວມມືພາຍນອກຢ່າງກ້ວາງ
ຂວາງ ແລະ ກວມລວມຫຼາຍກວ່າເກົ່າ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນກັບຕ່າງປະເທດ ໃນການພັດທະນາທຸລະກິດຢູ່ຕະຫຼາດຈີນຢ່າງເລິກເຊິ່ງ. ຈີນ
ຍິນດີຕ້ອນຮັບຜູ້ລົງທຶນໃນທົ່ວໂລກມາລົງທຶນ ແລະ ພັດທະນາທຸລະກິດຢູ່ພາຍໃນປະເທດ ເພື່ອເສີມຂະຫຍາຍບົດບາດການພັດທະນາເສດຖະກິດແບບໃໝ່
ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍກວ່າເກົ່າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/03/2023